ສຶກສາຕົວແບບທີ່ເໝາະສົມເພື່ອພັດທະນາລະບົບຄຸ້ມຄອງດ້ານການເງິນຂອງຄະນະວິທະຍາສາດທໍາມະຊາດ

Study of Optimizing Model to Develop FNS’s Financial Management System

Authors

  • Bouasoth Xayachak Faculty of Natural Sciences, National University of Laos Author
  • Thongsing Syvongxay Faculty of Natural Sciences, National University of Laos Author
  • Kaisone Sonthikoumman Faculty of Natural Sciences, National University of Laos Author
  • Orlady Khammanivong Faculty of Natural Sciences, National University of Laos Author
  • Vanseng Chounlamany Faculty of Natural Sciences, National University of Laos Author

DOI:

https://doi.org/10.71026/sj.2024.01006

Keywords:

ແບບຈໍາລອງສັນຍາລັກ, ແບບຈໍາລອງຊ໊ອບແວ, ແບບຈໍາລອງຂໍ້ມູນ, ສະຖາປັດຕະຍະກໍາແບບ Client/Server, PHP, MySQL ແລະ Webbase.

Abstract

ການສຶກສາຄັ້ງນີ້ແມ່ນມີຈຸດປະສົງ ເພື່ອສຶກສາຕົວແບບທີ່ເໝາະສົມໃນການພັດທະນາລະບົບຄຸ້ມຄອງດ້ານການເງິນຂອງຄະນະວິທະຍາສາດທໍາມະຊາດ ໂດຍການສ້າງແບບຈໍາລອງແບບສັນຍາລັກເພື່ອເອົາມາເປັນຕົ້ນແບບໃນການພັດທະນາຊອບແວເຂົ້າມາຊ່ວຍໃນການບໍລິຫານຄຸ້ມຄອງວຽກງານການເງິນໃຫ້ມີປະສິດ ທິພາບ. ໃນການສຶກສານີ້ລວມມີລະບົບການປະເມີນລາຍຮັບ, ການປະເມີນລາຍຈ່າຍ, ການສ້າງແຜນງົບປະມານປະຈໍາງວດ ປະຈໍາປີ ແລະ ແຜນດັດແກ້, ການປະຕິບັດການຮັບ, ການປະຕິບັດການຈ່າຍ, ການສັງລວມເອກະສານຈົດຮັບ-ຈົດຈ່າຍ ແລະ ລະບົບຕິດຕາມເອກະສານລາຍຈ່າຍທັງໝົດ.

ໃນການພັດທະນາຊອບແວແມ່ນຈະໃຊ້ວິທີພັດທະນາແບບໂຄງສ້າງ ໂດຍໃຊ້ແບບຈໍາລອງຂອງຊອບແວດ້ວຍ Data-Flow Diagram (DFD), ໃຊ້ແບບຈໍາລອງຂໍ້ມູນດ້ວຍ Entity Relationship Diagram (ERD), ເລືອກໃຊ້ສະຖາປັດຕະຍະກໍາແບບ Client/Server, ພັດທະນາໂປຣແກຣມໂດຍໃຊ້ພາສາ PHP, ສ້າງແລະຈັດການຖານຂໍ້ມູນດ້ວຍ MySQL ແລະ ໜ້າຈໍສື່ ສານກັບຜູ້ໃຊ້ເປັນແບບ Web base.

ຜົນການສຶກສາແມ່ນຈະໄດ້ແບບຈໍາລອງການບໍລິຫານຄຸ້ມຄອງວຽກງານການເງິນ ຄະນະວິທະຍາສາດທໍາມະຊາດ ໃນດ້ານການວາງແຜນງົບປະມານປະຈໍາປີ, ແຜນງວດ, ແຜນດັດແກ້ 6 ເດືອນທ້າຍປີ; ແບບຈໍາລອງການເກັບລາຍຮັບງົບປະມານ; ແບບຈໍາລອງການຈ່າຍງົບປະມານ ແລະ ແບບຈໍາລອງການຕິດຕາມເອກະສານການຈ່າຍ ລວມທັງແບບຈໍາລອງການສັງລວມເອກະສານສະເໜີຈົດຮັບຈົດຈ່າຍ ທີ່ເປັນຕົວແບບໃນການພັດທະນາລະບົບບໍລິຫານຈັດການວຽກງານດ້ານເງິນຂອງຄະນະວິທະຍາສາດທໍາມະຊາດ. ສະທ້າຍແມ່ນໄດ້ພັດທະນາລະບົບຕາມຕົ້ນແບບທີ່ສ້າງຂື້ນມາ ຊຶ່ງມັນຊ່ວຍເຮັດໃຫ້ການບໍລິຫານຈັດການວຽກງານດ້ານເງິນມີປະສິດ ທິພາບຂື້ນກວ່າເກົ່າ.

 

 

Downloads

Download data is not yet available.

Downloads

Published

2024-06-21

How to Cite

Xayachak, B. ., Syvongxay, T. ., Sonthikoumman, K. ., Khammanivong , O. ., & Chounlamany, V. . (2024). ສຶກສາຕົວແບບທີ່ເໝາະສົມເພື່ອພັດທະນາລະບົບຄຸ້ມຄອງດ້ານການເງິນຂອງຄະນະວິທະຍາສາດທໍາມະຊາດ: Study of Optimizing Model to Develop FNS’s Financial Management System. Lao Science Journal, 1(1), 50-55. https://doi.org/10.71026/sj.2024.01006

Similar Articles

You may also start an advanced similarity search for this article.